Trading Grand Prix 2026

ຮ່ວມແຂ່ງຂັນຊິງລາງວັນລົດ Tesla ແລະ iPhone

ການແຂ່ງຂັນ: 15 ພະຈິກ - 15 ມັງກອນ
ປິດລົງທະບຽນວັນທີ 31 ທັນວາ
Forex ແລະ ໂລຫະມີຄ່າ

ລາງວັນ

  • ລາງວັນທີ 1

    ແຊ້ມ
    Tesla Model YL
  • ລາງວັນທີ 2

    ຮອງຊະນະເລີດ
    iPhone DUO
    (512 GB)
  • ລາງວັນທີ 3

    ຂຶ້ນຮັບລາງວັນເທິງໂພດ້ຽມ
    iPhone 18 Pro Max
    (1 TB)
  • ລາງວັນທີ 4

    ດາວເດັ່ນ
    ຣີໂມວາ ເອສຊານຊຽວ
    (L)

*ເພື່ອມີສິດລຸ້ນຮັບລາງວັນ ທ່ານຕ້ອງເທຣດຢ່າງໜ້ອຍ 5 ລັອດມາດຕະຖານ (standard lots)

ການຈັບລາງວັນສຳລັບການຊື້ຂາຍ

ທຸກໆ 5 ລັອດມາດຕະຖານ (Standard Lot) ຈະໄດ້ຮັບສິດຈັບລາງວັນ 1 ຄັ້ງ
ສູງສຸດ 50 ສິດ ຕໍ່ຄົນ

ເງິນລາງວັນລວມ

  • iPhone 18 Pro Max
    (512 GB)
    2 ອັນ
  • ໂດຣນ DJI Air 3S
    1 ອັນ
  • MacBook Neo
    (256 GB)
    1 ອັນ
  • ຫຸ່ນຍົນດູດຝຸ່ນ DREAME D30 Ultra
    1 ອັນ
  • ແວ່ນຕາ Xiaomi AI
    (ລຸ້ນປັບເເສງອັດຕະໂນມັດ)
    1 ອັນ

  • ໝອນນອນ Breo PSLite
    1 ອັນ
  • ຊຸດຂອງຂວັນ
    FISG × Iniesta
    5 ອັນ
  • ບານເຕະ
    FISG × Iniesta
    10 ອັນ
  • ໝອນ
    FISG × Iniesta
    20 ອັນ
  • ຈອກເດີນທາງ
    FISG × Iniesta
    30 ອັນ
  • ລາງວັນເງິນສົດ:
    USD 10-80
    (ຈຳນວນແບບສຸ່ມ)
    100 ອັນ

*ບໍ່ອະນຸຍາດໃຫ້ນຳໃຊ້ EA ແລະການຊື້ຂາຍອັດຕະໂນມັດອື່ນໆໃນການແຂ່ງຂັນນີ້

*ສິດຈະສາມາດໃຊ້ໄດ້ສະເພາະໃນຊ່ວງເວລາທີ່ມີການແຂ່ງຂັນເທົ່ານັ້ນ ແລະ ຈະໝົດອາຍຸເມື່ອການແຂ່ງຂັນສິ້ນສຸດລົງ

*ຮູບພາບແມ່ນໃຊ້ເພື່ອໂຄສະນາເທົ່ານັ້ນ ລາງວັນຕົວຈິງອາດຈະແຕກຕ່າງຈາກໃນຮູບພາບ

ວິທີການເຂົ້າຮ່ວມ

  • 01

    ລົງທະບຽນ

    ຕື່ມແບບຟອມລົງທະບຽນ ແລະ ຢືນຢັນຕົວຕົນຂອງທ່ານ (KYC)

  • 02

    ເປີດບັນຊີ ແລະ ຕື່ມເງິນເຂົ້າບັນຊີ

    ເປີດບັນຊີຈິງ ບັນຊີໃໝ່ ແລະ ຝາກເງິນເຂົ້າບັນຊີ (ຍອດຝາກສຸດທິ) ຢ່າງໜ້ອຍ USD 500 ພາຍໃນເດືອນທີ່ທ່ານລົງທະບຽນ

  • 03

    ເລີ່ມຕົ້ນການຊື້ຂາຍ

    ເທຣດໃຫ້ໄດ້ 5 ລັອດມາດຕະຖານຂຶ້ນໄປ ແລ້ວເລີ່ມໄຕ່ອັນດັບຂຶ້ນສູ່ກະດານຈັດອັນດັບຜູ້ນຳ

ວັນທີສຳຄັນ

  • 15 ພະຈິກ, 00:00

    ເປີດໃຫ້ລົງທະບຽນ ແລະ ເລີ່ມຕົ້ນການແຂ່ງຂັນ

  • 31 ທັນວາ, 23:59

    ປິດລົງທະບຽນ

  • 15 ມັງກອນ, 23:59

    ການແຂ່ງຂັນສິ້ນສຸດ

  • ພາຍໃນ 7 ມື້ເຮັດວຽກ

    ກວດສອບການຊື້ຂາຍ ແລະ ການປະຕິບັດຕາມກົດລະບຽບ

  • ເມື່ອການກວດສອບສຳເລັດແລ້ວ

    ປະກາດລາຍຊື່ຜູ້ຊະນະ ແລະ ມອບລາງວັນ

ຄຳຖາມທີ່ພົບເລື້ອຍໆ

  • Q:
    ຂ້ອຍສາມາດໃຊ້ບັນຊີທີ່ມີຢູ່ແລ້ວຂອງຂ້ອຍໄດ້ບໍ່?
    A:
    ບໍ່ ທ່ານຈຳເປັນຕ້ອງເປີດບັນຊີຈິງສະກຸນເງິນ USD ໃໝ່ ເພື່ອເຂົ້າຮ່ວມ
  • Q:
    ຂ້ອຍສາມາດຝາກ ແລະ ຖອນເງິນໃນລະຫວ່າງການແຂ່ງຂັນໄດ້ບໍ່?
    A:
    ແມ່ນແລ້ວ ທຸກໆການຝາກ ແລະ ການຖອນເງິນຈະຖືກນຳມາພິຈາລະນາ ແລະ ການຖອນເງິນຈະບໍ່ເຮັດໃຫ້ເງິນຕົ້ນທີ່ໃຊ້ໃນການຄິດໄລ່ຜົນຕອບແທນຂອງທ່ານຫຼຸດລົງ
  • Q:
    ຜົນຕອບແທນຂອງຂ້ອຍຖືກຄິດໄລ່ແນວໃດ?
    A:
    ຜົນຕອບແທນ = (ມູນຄ່າທຶນສຸດທ້າຍ − ເງິນຝາກສຸດທິ) ÷ ເງິນທຶນລົງທຶນສຸດທິສູງສຸດ × 100%. ທ່ານສາມາດຝາກ ແລະ ຖອນເງິນໄດ້ຕາມປົກກະຕິ, ແລະ ການຖອນເງິນຈະບໍ່ເຮັດໃຫ້ຕົວເລກເງິນທຶນດັ່ງກ່າວຫຼຸດລົງ ທັງນີ້, ບໍ່ລວມເອົາເງິນໂບນັດ ແລະ ເຄຣດິດເຂົ້າໃນການຄິດໄລ່
  • Q:
    ປະລິມານການຊື້ຂາຍແບບໃດຈຶ່ງຖືວ່າຖືກຕ້ອງ?
    A:
    ຈະເລີ່ມນັບຄຳສັ່ງຊື້-ຂາຍທີ່ເປີດຫຼັງຈາກການລົງທະບຽນ ເເລະ ຢູ່ໃນໄລຍະເວລາຂອງການແຂ່ງຂັນ, ໂດຍຄຳສັ່ງດັ່ງກ່າວຈະຕ້ອງຖື (ເປີດຄ້າງໄວ້) ເປັນເວລາຢ່າງໜ້ອຍ 3 ນາທີ
  • Q:
    ຂ້ອຍສາມາດເທຣດໂດຍໃຊ້ EA ໄດ້ບໍ່?
    A:
    ບໍ່ອະນຸຍາດໃຫ້ໃຊ້ EA ແລະຮູບແບບການເທຣດອັດຕະໂນມັດອື່ນໆ ໃນບັນຊີທີ່ເຂົ້າຮ່ວມການແຂ່ງຂັນ. ບັນຊີທີ່ກວດພົບວ່າມີການໃຊ້ EA ອາດຖືກຍົກເລີກຜົນການແຂ່ງຂັນ.
  • Q:
    ການຈັບລາງວັນມີຂັ້ນຕອນແນວໃດ?
    A:
    ທ່ານຈະໄດ້ຮັບ 1 ສິດ ສຳລັບທຸກໆ 5 ລັອດມາດຕະຖານ (standard lots) ທີ່ທ່ານເທຣດ ເມື່ອສິດປະກົດຂຶ້ນໃນລະບົບສະມາຊິກຂອງທ່ານ (client portal) ທ່ານສາມາດກົດເພື່ອສຸ່ມລາງວັນໄດ້ເລີຍ ທ່ານສາມາດສະສົມສິດໄດ້ສູງສຸດ 50 ຄັ້ງ ການສຸ່ມລາງວັນຈະເປີດໃຫ້ບໍລິການສະເພາະໃນໄລຍະເວລາທີ່ມີການຈັດການແຂ່ງຂັນເທົ່ານັ້ນ ແລະ ປີ້ທີ່ຍັງບໍ່ໄດ້ນຳໃຊ້ຈະໝົດອາຍຸລົງເມື່ອການແຂ່ງຂັນສິ້ນສຸດລົງ
  • Q:
    ບັນຊີຂອງຂ້ອຍຕິດລົບຫຼາຍ ຂ້ອຍຍັງສາມາດເຂົ້າຮ່ວມການແຂ່ງຂັນໄດ້ຢູ່ບໍ່?
    A:
    ແມ່ນແລ້ວ ທ່ານສາມາດຕື່ມເງິນເຂົ້າບັນຊີ ແລະ ສືບຕໍ່ເທຣດໃນບັນຊີການແຂ່ງຂັນເດີມຂອງທ່ານໄດ້ ໂດຍຜົນການຊື້ຂາຍທີ່ຜ່ານມາຂອງທ່ານຈະຍັງຄົງຢູ່ຄືເກົ່າ ຫຼື ອີກທາງເລືອກໜຶ່ງ ກ່ອນທີ່ການລົງທະບຽນຈະປິດລົງໃນວັນທີ 31 ທັນວາ ທ່ານສາມາດເປີດບັນຊີໃໝ່ ແລະ ລົງທະບຽນເຂົ້າຮ່ວມໃໝ່ໄດ້ (ເຊິ່ງຈະຕ້ອງມີການຝາກເງິນເຂົ້າໃໝ່ຕາມເງື່ອນໄຂ) ຖ້າທ່ານເລືອກວິທີນີ້, ຜົນການຊື້ຂາຍໃນບັນຊີເດີມຂອງທ່ານຈະຖືກຍົກເລີກ ແລະ ບໍ່ສາມາດນຳມາລວມກັບບັນຊີໃໝ່ໄດ້
  • Q:
    ຂ້ອຍສາມາດເຂົ້າຮ່ວມໂດຍໃຊ້ຫຼາຍກວ່າໜຶ່ງບັນຊີໄດ້ບໍ່?
    A:
    ບໍ່ ລູກຄ້າແຕ່ລະຄົນທີ່ຜ່ານການຢືນຢັນຕົວຕົນແລ້ວ ສາມາດມີບັນຊີສຳລັບການແຂ່ງຂັນທີ່ໃຊ້ງານຢູ່ໄດ້ພຽງບັນຊີດຽວເທົ່ານັ້ນ
  • Q:
    ຂ້ອຍສາມາດເຂົ້າຮ່ວມໂປຣໂມຊັນອື່ນໆໃນເວລາດຽວກັນໄດ້ບໍ່?
    A:
    ການແຂ່ງຂັນນີ້ບໍ່ສາມາດນຳໄປໃຊ້ຮ່ວມກັບໂປຣໂມຊັນໂບນັດເງິນຝາກ ຫຼື ໂປຣໂມຊັນລາງວັນອື່ນໆ ທີ່ຈັດຂຶ້ນໃນຊ່ວງເວລາດຽວກັນໄດ້ ສຳລັບໂປຣໂມຊັນ Point Mall ແມ່ນຂໍ້ຍົກເວັ້ນ: ການເທຣດທີ່ເຂົ້າເງື່ອນໄຂຍັງສາມາດໄດ້ຮັບຄະແນນຕາມປົກກະຕິ
  • Q:
    ຜົນໄດ້ຮັບຂອງຂ້ອຍຈະເລີ່ມນັບຕັ້ງແຕ່ຕອນໃດ?
    A:
    ທັນທີທີ່ຍອດເງິນຝາກສຸດທິຂອງທ່ານຮອດຈຳນວນຢ່າງໜ້ອຍ 500 ໂດລາສະຫະລັດ ໃນເດືອນທີ່ທ່ານລົງທະບຽນ, ຜົນການເທຣດ, ປະລິມານການຊື້ຂາຍ ແລະ ສິດເຂົ້າຮ່ວມການຈັບລາງວັນຂອງທ່ານ ຈະເລີ່ມຖືກນັບຕັ້ງແຕ່ຈຸດນັ້ນເປັນຕົ້ນໄປ
ຄຳເຕືອນຄວາມສ່ຽງ

ການຊື້ຂາຍ Forex ແລະ ສັນຍາຊື້ຂາຍສ່ວນຕ່າງ (CFD) ມີຄວາມສ່ຽງສູງຕໍ່ເງິນລົງທຶນຂອງທ່ານ ກະລຸນາອ່ານ ແລະ ທຳຄວາມເຂົ້າໃຈເອກະສານເປີດເຜີຍຂໍ້ມູນຄວາມສ່ຽງຂອງພວກເຮົາຢ່າງຄົບຖ້ວນ ການຊື້ຂາຍແລກປ່ຽນເງິນຕາຕ່າງປະເທດ ແລະ ຜະລິດຕະພັນທາງການເງິນທີ່ມີ ການໃຊ້ເລເວີເຣຈມີຄວາມສ່ຽງສູງ ແລະ ອາດເຮັດໃຫ້ທ່ານສູນເສຍເງິນລົງທຶນທັງໝົດໄດ້ ທ່ານບໍ່ຄວນສ່ຽງລົງທຶນຫຼາຍກວ່າຈຳນວນເງິນທີ່ທ່ານສາມາດຮັບໄດ້ ແລະ ກະລຸນາຮັບປະກັນວ່າທ່ານເຂົ້າໃຈຢ່າງເຕັມສ່ວນກ່ຽວກັບຄວາມສ່ຽງທີ່ກ່ຽວຂ້ອງ
ຜະລິດຕະພັນທີ່ມີເລເວີເຣຈອາດຈະບໍ່ເໝາະສົມກັບນັກລົງທຶນທຸກຄົນ ການຊື້ຂາຍຜະລິດຕະພັນທີ່ບໍ່ມີເລເວີເຣຈ ເຊັ່ນ: ຫຸ້ນ ກໍຍັງມີຄວາມສ່ຽງເຊັ່ນກັນ, ຍ້ອນວ່າລາຄາຫຸ້ນສາມາດປັບຕົວເພີ່ມຂື້ນຫຼືຫຼຸດລົງໄດ້ ຊຶ່ງໝາຍຄວາມວ່າທ່ານອາດຈະໄດ້ຮັບເງິນລົງທຶນໜ້ອຍກວ່າການລົງທຶນເບື້ອງຕົ້ນຂອງທ່ານ ຜົນການດຳເນີນງານໃນອະດີດບໍ່ສາມາດຮັບປະກັນຜົນໄດ້ຮັບໃນອະນາຄົດໄດ້
ກ່ອນທີ່ຈະຕັດສິນໃຈຊື້ຂາຍໃດໆ ກະລຸນາພິຈາລະນາລະດັບປະສົບການ ແລະ ຈຸດປະສົງການລົງທຶນຂອງທ່ານ ແລະ ຊອກຫາຄຳແນະນຳດ້ານການເງິນຈາກທີ່ປຶກສາອິດສະຫຼະຖ້າຈຳເປັນ ນອກຈາກນີ້ ມັນເປັນຄວາມຮັບຜິດຊອບຂອງລູກຄ້າທີ່ຈະກວດສອບວ່າກົດໝາຍ ແລະ ລະບຽບການໃນປະເທດທີ່ເຂົາເຈົ້າອາໄສຢູ່ອະນຸຍາດໃຫ້ເຂົາເຈົ້າໃຊ້ບໍລິການ Interstellar Financial Group Limited ໄດ້ຫຼືບໍ່

Trading Grand Prix 2026

ຂໍ້ກຳນົດ ແລະ ເງື່ອນໄຂ

  1. ການແຂ່ງຂັນ
    1. Trading Grand Prix 2026 (“ການແຂ່ງຂັນ”) ແມ່ນຈັດຂຶ້ນໂດຍ FISG – InterStellar Group (“FISG”, “ພວກເຮົາ”).
    2. ໄລຍະເວລາການແຂ່ງຂັນ: ເວລາ 00:00 ໂມງ ຂອງວັນທີ 15 ພະຈິກ 2026 ເຖິງ ເວລາ 23:59 ໂມງ ຂອງວັນທີ 15 ມັງກອນ 2027 (ຕາມເວລາປະເທດໄຊປຣັສ, UTC+2)
    3. ໄລຍະເວລາລົງທະບຽນ: ວັນທີ 15 ພະຈິກ 2026 ເຖິງເວລາ 23:59 ໂມງ ຂອງວັນທີ 31 ທັນວາ 2026 (ຕາມເວລາປະເທດໄຊປຣັສ, UTC+2)
    4. ຜະລິດຕະພັນທີ່ສາມາດຊື້ຂາຍໄດ້: Forex ແລະ ໂລຫະມີຄ່າ
    5. ຜູ້ເຂົ້າຮ່ວມຈະຖືກຈັດອັນດັບໂດຍອີງໃສ່ຜົນຕອບແທນສຸດທິໃນບັນຊີການແຂ່ງຂັນຂອງພວກເຂົາ. ຕາຕະລາງຈັດອັນດັບຈະຖືກອັບເດດທຸກໆ 8 ຊົ່ວໂມງ ແລະ ຜົນໄດ້ຮັບທັງໝົດຈະຖືກກວດສອບຫຼັງຈາກການແຂ່ງຂັນສິ້ນສຸດລົງ.
  2. ເງື່ອນໄຂ ແລະ ການລົງທະບຽນ
    1. ການແຂ່ງຂັນນີ້ເປີດໃຫ້ເຂົ້າຮ່ວມສຳລັບລູກຄ້າທີ່ຜ່ານຂັ້ນຕອນການຢືນຢັນຕົວຕົນ (KYC) ແລະ ໄດ້ລົງທະບຽນເປີດບັນຊີຊື້ຂາຍຈິງ (Live Trading Account) ໃໝ່ທີ່ເປັນສະກຸນເງິນ USD ທັງນີ້, ບັນຊີປະເພດ Cent ແລະ ບັນຊີສຳລັບການຄັດລອກການຊື້ຂາຍ (Copy-trading accounts) ແມ່ນບໍ່ມີສິດເຂົ້າຮ່ວມ
    2. ຍອດເງິນຝາກສຸດທິເຂົ້າໃນບັນຊີການແຂ່ງຂັນ ພາຍໃນເດືອນທີ່ລົງທະບຽນນັ້ນ ຈະຕ້ອງມີມູນຄ່າຢ່າງໜ້ອຍ USD 500 ເງື່ອນໄຂຂັ້ນຕໍ່າດັ່ງກ່າວນີ້ ແມ່ນກຳນົດຂຶ້ນເພື່ອພິຈາລະນາສິດໃນການເຂົ້າຮ່ວມເທົ່ານັ້ນ ແລະ ຈະບໍ່ຖືກນຳມາໃຊ້ເປັນເງິນທຶນຕົ້ນສຳລັບການຄິດໄລ່ຜົນຕອບແທນ
    3. ຜົນໄດ້ຮັບຈະຖືກນັບຕັ້ງແຕ່ເວລາທີ່ການລົງທະບຽນມີຜົນບັງຄັບໃຊ້ ກິດຈະກຳການຊື້ຂາຍ ຫຼື ການໂອນເງິນໃດໆທີ່ເກີດຂຶ້ນກ່ອນເວລາດັ່ງກ່າວຈະບໍ່ຖືກນຳມານັບລວມ
    4. ລູກຄ້າແຕ່ລະຄົນທີ່ຜ່ານການຢືນຢັນຕົວຕົນ (KYC) ແລ້ວ ສາມາດມີບັນຊີສຳລັບການແຂ່ງຂັນທີ່ເຄື່ອນໄຫວຢູ່ໄດ້ພຽງບັນຊີດຽວເທົ່ານັ້ນໃນເວລາດຽວກັນ ບັນຊີຫຼາຍບັນຊີບໍ່ສາມາດຖືກຈັດອັນດັບພ້ອມກັນໄດ້ ແລະ ຜູ້ເຂົ້າຮ່ວມບໍ່ສາມາດເລືອກບັນຊີໃດໜຶ່ງເພື່ອຈຸດປະສົງໃນການຮັບລາງວັນໄດ້
    5. ຖ້າບັນຊີການແຂ່ງຂັນເກີດການຂາດທຶນສະສົມ (Drawdown) ເຖິງ 100% (ມູນຄ່າທຶນໃນບັນຊີໝົດໄປຢ່າງສິ້ນເຊີງ) ຜູ້ເຂົ້າຮ່ວມສາມາດເລືອກປະຕິບັດໄດ້ດັ່ງນີ້:
      • ສືບຕໍ່ການຊື້ຂາຍໃນບັນຊີການແຂ່ງຂັນເດີມ ໂດຍຍັງຄົງຮັກສາການລົງທະບຽນ ຈຸດເລີ່ມຕົ້ນເດີມ ແລະ ຜົນການຊື້ຂາຍຕ່າງໆໄວ້ ໂດຍບໍ່ຈຳເປັນຕ້ອງປະຕິບັດຕາມເງື່ອນໄຂການຝາກເງິນທີ່ລະບຸໄວ້ໃນຂໍ້ 2.2 ອີກຄັ້ງ; ຫຼື
      • ກ່ອນການລົງທະບຽນຈະປິດ, ໃຫ້ລົງທະບຽນບັນຊີໃໝ່ທີ່ມີຄຸນສົມບັດຄົບຖ້ວນຕາມທີ່ລະບຸໄວ້ໃນຂໍ້ 2.1 ແລະ 2.2. ເມື່ອການລົງທະບຽນໃໝ່ມີຜົນບັງຄັບໃຊ້, ຜົນການຊື້ຂາຍທັງໝົດໃນບັນຊີເດີມຈະຖືກຍົກເລີກ ແລະ ບໍ່ສາມາດກູ້ຄືນ ຫຼື ນຳມາລວມກັນໄດ້ ບັນຊີໃໝ່ຈະຖືກປະເມີນຜົນຢ່າງເປັນອິດສະຫຼະ ໂດຍເລີ່ມນັບຈາກຈຸດເລີ່ມຕົ້ນຂອງບັນຊີນັ້ນເອງ
  3. ວິທີການຄິດໄລ່ຜົນຕອບແທນ
    1. ຜົນຕອບແທນ (%) = (ມູນຄ່າທຶນສຸດທ້າຍ − ຍອດລວມເງິນຝາກສຸດທ້າຍ) ÷ ຈຳນວນເງິນລົງທຶນສຸດທ້າຍສູງສຸດ × 100%
    2. ສູດນີ້ໃຊ້ກັບບັນຊີການແຂ່ງຂັນໃໝ່ ທີ່ຍັງບໍ່ມີເງິນໃນບັນຊີ ຫຼື ບໍ່ມີຕຳແໜ່ງການຊື້ຂາຍທີ່ເປີດຢູ່
    3. ຍອດເງິນຝາກສຸດທິສະສົມ ໝາຍເຖິງ ຍອດເງິນຝາກທັງໝົດ ຫັກລົບດ້ວຍ ຍອດເງິນຖອນທັງໝົດ ນັບຕັ້ງແຕ່ຈຸດເລີ່ມຕົ້ນ ຈົນເຖິງເວລາສິ້ນສຸດການແຂ່ງຂັນ ການໂອນເງິນພາຍໃນເຂົ້າ ແລະ ອອກຈາກບັນຊີ ຈະຖືກນັບເປັນການຝາກເງິນ ແລະ ການຖອນເງິນ ຕາມລຳດັບ
    4. ຈຳນວນເງິນທຶນສຸດທິສູງສຸດທີ່ໄດ້ລົງທຶນ (Peak net capital invested) ເລີ່ມຕົ້ນຈາກຍອດລວມເງິນຝາກສຸດທິ ໃນຂະນະທີ່ການລົງທະບຽນມີຜົນບັງຄັບໃຊ້ (ເມື່ອຍອດລວມເງິນຝາກສຸດທິຮອດ 500 ໂດລາສະຫະລັດ) ຫຼັງຈາກມີການເຄື່ອນໄຫວຂອງເງິນທຶນແຕ່ລະຄັ້ງ, ຄ່ານີ້ຈະຖືກປັບໃຫ້ເທົ່າກັບຍອດລວມເງິນຝາກສຸດທິທີ່ສູງທີ່ສຸດເທົ່າທີ່ເຄີຍມີມາ. ຄ່ານີ້ສາມາດເພີ່ມຂຶ້ນໄດ້ເທົ່ານັ້ນ; ການຖອນເງິນ ຫຼື ການໂອນເງິນອອກ ຈະບໍ່ເຮັດໃຫ້ຄ່ານີ້ຫຼຸດລົງ
    5. ມູນຄ່າທຶນສຸດທ້າຍ (Final equity) ແມ່ນມູນຄ່າທຶນໃນບັນຊີ ຕາມທີ່ໄດ້ບັນທຶກໄວ້ໃນເວລາ 23:59 ໂມງ (ຕາມເວລາຂອງປະເທດໄຊປຣັສ) ຂອງວັນທີ 15 ມັງກອນ 2027, ເຊິ່ງລວມເຖິງກຳໄລ ແລະ ຂາດທຶນທີ່ຍັງບໍ່ທັນຮັບຮູ້ (floating profit and loss) ຈາກຕຳແໜ່ງການຊື້ຂາຍທີ່ຍັງເປີດຢູ່
    6. ສາມາດດຳເນີນການຝາກເງິນ, ຖອນເງິນ ແລະ ໂອນເງິນພາຍໃນບັນຊີໄດ້ຕະຫຼອດໄລຍະເວລາການແຂ່ງຂັນ ການເຄື່ອນໄຫວຂອງເງິນທຶນທັງໝົດຈະຖືກບັນທຶກໄວ້ໃນບັນຊີລາຍການເງິນທຶນດຽວກັນ ເພື່ອຈຸດປະສົງໃນການຄິດໄລ່
    7. ໂບນັດ, ເຄຣດິດ ແລະ ການປັບປຸງລາຍການອື່ນໆທີ່ບໍ່ກ່ຽວຂ້ອງກັບການຊື້ຂາຍ ຈະບໍ່ຖືກນຳມານັບລວມເປັນເງິນຝາກ ຫຼື ກຳໄລຈາກການຊື້ຂາຍ, ແລະ ຈະຖືກລະບຸເພື່ອຕັດອອກ ຫຼື ປັບປຸງໃຫ້ຖືກຕ້ອງຕາມຄວາມເໝາະສົມ
  4. ການຈັດອັນດັບ ແລະ ປະລິມານການຊື້ຂາຍທີ່ຖືກຕ້ອງ
    1. ຜູ້ເຂົ້າຮ່ວມຈະຖືກຈັດອັນດັບຕາມຜົນຕອບແທນ ໂດຍປັດເສດໃຫ້ເຫຼືອພຽງໜຶ່ງຕຳແໜ່ງຫຼັງຈຸດທົດສະນິຍົມ ໃນກໍລະນີທີ່ມີຄະແນນເທົ່າກັນ ການຕັດສິນຈະພິຈາລະນາຈາກປະລິມານການຊື້ຂາຍທີ່ຖືກຕ້ອງ ຖ້າຫາກຍັງເທົ່າກັນອີກ ຈະພິຈາລະນາຈາກຍອດເງິນຝາກທັງໝົດທີ່ໄດ້ຝາກເຂົ້າມາໃນລະຫວ່າງການແຂ່ງຂັນ
    2. ປະລິມານການຊື້ຂາຍທີ່ຖືກຕ້ອງນັບລວມສະເພາະຄໍາສັ່ງທີ່ຖືກປິດລົງຫຼັງຈາກການລົງທະບຽນມີຜົນບັງຄັບໃຊ້ ແລະ ຢູ່ໃນໄລຍະເວລາຂອງການແຂ່ງຂັນເທົ່ານັ້ນ ໂດຍແຕ່ລະລາຍການຊື້ຂາຍ (position) ຈະຕ້ອງຖືຄຳສັ່ງໄວ້ເປັນເວລາຢ່າງໜ້ອຍ 3 ນາທີ
    3. ຕຳແໜ່ງທີ່ເປີດຢູ່, ຄຳສັ່ງທີ່ລໍດຳເນິນການ ການຊື້ຂາຍໃດໆກໍຕາມທີ່ພົບວ່າບໍ່ປະຕິບັດຕາມຂໍ້ກຳນົດເຫຼົ່ານີ້ ຈະບໍ່ຖືກນັບເຂົ້າເປັນປະລິມານການຊື້ຂາຍທີ່ຖືກຕ້ອງ ກຳໄລ ແລະ ຂາດທຶນທີ່ຍັງບໍ່ທັນຮັບຮູ້ (Floating profit and loss) ຈາກຕຳແໜ່ງທີ່ເປີດຢູ່ນັ້ນ ຍັງຄົງຖືກນັບລວມຢູ່ໃນມູນຄ່າຊັບສິນສຸດທິ (Equity) ຂອງທ່ານ
    4. ການມີສິດໄດ້ຮັບລາງວັນຈາກຕາຕະລາງຈັດອັນດັບ (Leaderboard), ຜູ້ເຂົ້າຮ່ວມຈະຕ້ອງມີປະລິມານການຊື້ຂາຍທີ່ຖືກຕ້ອງຢ່າງໜ້ອຍ 5 ລັອດມາດຕະຖານ (Standard Lots)
    5. ຕາຕະລາງຈັດອັນດັບແບບສົດ (Live Leaderboard) ແມ່ນມີໄວ້ເພື່ອການອ້າງອີງເທົ່ານັ້ນ ຜົນໄດ້ຮັບສຸດທ້າຍຈະອີງຕາມຂໍ້ມູນມູນຄ່າຊັບສິນສຸດທິ (Equity) ໃນຊ່ວງເວລາປິດທຳການ, ບັນທຶກການເຕີມເງິນ ແລະ ການກວດສອບຄວາມຖືກຕ້ອງຕາມກົດລະບຽບ
  5. ລາງວັນ
    1. ລາງວັນຕາຕະລາງຈັດອັນດັບ: ອັນດັບທີ 1 (ຜູ້ຊະນະເລີດ) – Tesla Model YL; ອັນດັບທີ 2 (ຮອງຊະນະເລີດ) – iPhone DUO (512 GB); ອັນດັບທີ 3 – iPhone 18 Pro Max (1 TB); ອັນດັບທີ 4 (ດາວເດັ່ນ) – Rimowa Essential (L)
    2. ຜູ້ເຂົ້າຮ່ວມຈະໄດ້ຮັບສິດສຳລັບການຈັບລາງວັນ 1 ສິດ ຕໍ່ທຸກໆ 5 ລັອດມາດຕະຖານ (standard lots) ຂອງປະລິມານການຊື້ຂາຍທີ່ຖືກຕ້ອງ ໂດຍສາມາດໄດ້ຮັບສູງສຸດບໍ່ເກີນ 50 ສິດ
    3. ສິດຈະຖືກເພີ່ມເຂົ້າໃນພື້ນທີ່ສະມາຊິກຂອງຜູ້ເຂົ້າຮ່ວມ ແລະ ສາມາດນຳໃຊ້ໄດ້ທັນທີ ການຈັບລາງວັນຈະມີຂຶ້ນສະເພາະໃນໄລຍະເວລາຂອງການແຂ່ງຂັນເທົ່ານັ້ນ ແລະ ສິດທີ່ບໍ່ໄດ້ຖືກນຳໃຊ້ຈະໝົດອາຍຸເມື່ອການແຂ່ງຂັນສິ້ນສຸດລົງ ບໍ່ໄດ້ໝາຍຄວາມວ່າທຸກສິດຈະໄດ້ຮັບລາງວັນ
    4. ການຈັບລາງວັນແມ່ນອີງຕາມປະລິມານການຊື້ຂາຍ ແລະ ບໍ່ມີການຈັດອັນດັບແຍກຕ່າງຫາກ
    5. ລາຍການຂອງລາງວັນສຳລັບການຈັບສະຫຼາກປະກອບມີ: iPhone 18 Pro Max (512 GB) ຈຳນວນ 2 ເຄື່ອງ; ໂດຣນ DJI Air 3S ຈຳນວນ 1 ເຄື່ອງ; MacBook Neo (256 GB) ຈຳນວນ 1 ເຄື່ອງ; ຫຸ່ນຍົນດູດຝຸ່ນ DREAME D30 Ultra ຈຳນວນ 1 ເຄື່ອງ; ແວ່ນຕາ Xiaomi AI (ລຸ້ນເລນປັບເເສງອັດຕະໂນມັດ) ຈຳນວນ 1 ຄູ່; ໝອນສຳລັບການນອນ Breo PSLite ຈຳນວນ 1 ໜ່ວຍ; ຊຸດຂອງຂວັນ FISG × Iniesta ຈຳນວນ 5 ຊຸດ; ບານເຕະ FISG × Iniesta ຈຳນວນ 10 ໜ່ວຍ; ໝອນອີງ FISG × Iniesta ຈຳນວນ 20 ໜ່ວຍ; ຈອກນ້ຳເດີນທາງ FISG × Iniesta ຈຳນວນ 30 ໜ່ວຍ; ແລະ ລາງວັນເງິນສົດມູນຄ່າ 10–80 ໂດລາສະຫະລັດ (ຈຳນວນເງິນແບບສຸ່ມ) ຈຳນວນ 100 ລາງວັນ
    6. ຮູບພາບຂອງລາງວັນແມ່ນໃຊ້ເພື່ອເປັນຕົວຢ່າງເທົ່ານັ້ນ ລາງວັນຕົວຈິງອາດຈະແຕກຕ່າງຈາກຮູບພາບ
    7. ຖ້າຫາກລາງວັນໃດໜຶ່ງບໍ່ສາມາດມອບໃຫ້ໄດ້ ເນື່ອງຈາກເຫດຜົນທີ່ຢູ່ນອກເໜືອການຄວບຄຸມຂອງ FISG, ທາງ FISG ອາດຈະປ່ຽນແທນດ້ວຍລາງວັນອື່ນທີ່ມີມູນຄ່າເທົ່າກັນ ຫຼື ຫຼາຍກວ່າ ລາຍລະອຽດຂອງລາງວັນ ເຊັ່ນ: ສີ ຫຼື ຮຸ່ນ ອາດຈະແຕກຕ່າງກັນໄປ ຂຶ້ນກັບຄວາມພ້ອມຂອງລາງວັນໃນເວລານັ້ນ
  6. ການປະຕິບັດການຊື້ຂາຍທີ່ຖືກຫ້າມ

    ຜູ້ເຂົ້າຮ່ວມຈະຕ້ອງບໍ່ກະທຳການດັ່ງຕໍ່ໄປນີ້, ບໍ່ວ່າຈະເປັນການກະທຳໂດຍກົງ ຫຼື ຜ່ານບັນຊີທີ່ກ່ຽວຂ້ອງ, ບຸກຄົນທີສາມ, ຫຼື ຮູບແບບການຮ່ວມມືອື່ນໆ:

    1. ການນຳໃຊ້ລາຄາ ຫຼື ການດຳເນີນຄຳສັ່ງໃນທາງທີ່ບໍ່ເໝາະສົມ: ເປັນການສວຍໂອກາດຈາກຄວາມລ່າຊ້າຂອງລາຄາ, ລາຄາທີ່ສະເໜີມາຜິດປົກກະຕິ, ສ່ວນຕ່າງລາຄາ (spreads) ຫຼື ສະພາບຄ່ອງທີ່ບໍ່ເປັນປົກກະຕິ, ຂໍ້ບົກຜ່ອງໃນການດຳເນີນຄຳສັ່ງ ຫຼື ຄວາມຜິດພາດຂອງລະບົບ ເພື່ອໃຫ້ໄດ້ປຽບໃນການຊື້ຂາຍ ເຊິ່ງຈະບໍ່ສາມາດເກີດຂຶ້ນໄດ້ພາຍໃຕ້ສະພາວະຕະຫຼາດ ແລະ ເງື່ອນໄຂການດຳເນີນຄຳສັ່ງຕາມປົກກະຕິ
    2. ການຊື້ຂາຍທີ່ປະສານງານກັນລະຫວ່າງບັນຊີທີ່ມີຄວາມກ່ຽວຂ້ອງກັນ: ເປັນການນຳໃຊ້ຫຼາຍບັນຊີ, ຫຼາຍແພລັດຟອມ ຫຼື ຜູ້ເຂົ້າຮ່ວມອື່ນໆ ເພື່ອດຳເນີນການຊື້ຂາຍທີ່ຊົດເຊີຍກັນຢ່າງມີການວາງແຜນ, ຫຼື ເພື່ອໂອນຄວາມສ່ຽງ ຫຼື ຜົນກຳໄລ, ທັງນີ້ກໍເພື່ອຫຼີກລ່ຽງຂໍ້ຈຳກັດໃນການຊື້ຂາຍທີ່ກຳນົດໄວ້ ຫຼື ເພື່ອໃຫ້ໄດ້ປຽບຢ່າງບໍ່ເປັນທຳ
    3. ການຫຼີກລ່ຽງກົດລະບຽບການຊື້ຂາຍ ຫຼື ຂີດຈຳກັດຄວາມສ່ຽງ: ເຊັ່ນ ການດຳເນີນການຊື້ຂາຍບາງຮູບແບບ ຫຼື ການຈັດການບັນຊີໃນລັກສະນະທີ່ແນ່ນອນ ເພື່ອຫຼີກລ່ຽງຂໍ້ກຳນົດທີ່ໄດ້ປະກາດໄວ້ ກ່ຽວກັບອັດຕາເລເວີເຣຈ (leverage), ມາກຈິນ (margin), ຂະໜາດຂອງຖານະການຖືຄອງ (position size) ຫຼື ຂໍ້ຈຳກັດອື່ນໆທີ່ກ່ຽວຂ້ອງ; ຫຼື ການນຳໃຊ້ກົນໄກປ້ອງກັນຄວາມສ່ຽງໄປໃນທາງທີ່ບໍ່ເໝາະສົມ
    4. ການນຳໃຊ້ກົນໄກກ່ຽວກັບປະລິມານການຊື້ຂາຍ ຫຼື ລະບົບລາງວັນໃນທາງທີ່ຜິດ: ເຊັ່ນ ການສ້າງປະລິມານການຊື້ຂາຍ, ຜົນຕອບແທນ, ອັນດັບ ຫຼື ສິດໃນການໄດ້ຮັບລາງວັນ ທີ່ບໍ່ສອດຄ່ອງກັບຂໍ້ກຳນົດເຫຼົ່ານີ້ ໂດຍຜ່ານການຈັດແຈງການຊື້ຂາຍຊ້ຳໆ, ການຊື້ຂາຍລະຫວ່າງບັນຊີທີ່ມີຄວາມກ່ຽວຂ້ອງກັນ, ການໝູນວຽນເງິນທຶນ ຫຼື ວິທີການອື່ນໆ
    5. ການຊື້ຂາຍທີ່ບໍ່ເປັນປົກກະຕິຮູບແບບອື່ນໆ: ໄດ້ແກ່ ການສວຍໃຊ້ຄວາມຜິດປົກກະຕິ ຫຼື ຊ່ອງໂຫວ່ໃນລະບົບການຊື້ຂາຍ, ກົດລະບຽບກ່ຽວກັບບັນຊີ ຫຼື ກົນໄກການແຂ່ງຂັນ ໂດຍຜ່ານຮູບແບບການຊື້ຂາຍທີ່ສາມາດພິສູດໄດ້ວ່າມີການລະເມີດເກີດຂຶ້ນ, ລວມທັງການພະຍາຍາມໃດໆກໍຕາມທີ່ຈະບິດເບືອນເງື່ອນໄຂການຊື້ຂາຍ ຫຼື ຜົນຂອງການແຂ່ງຂັນ
    6. ການຊື້ຂາຍອັດຕະໂນມັດ: ການໃຊ້ Expert Advisors (EAs) ຫຼືເຄື່ອງມືການຊື້ຂາຍອັດຕະໂນມັດອື່ນໆໃນບັນຊີການແຂ່ງຂັນ
  7. ການກວດສອບ ແລະ ການຊໍາລະສະສາງຂັ້ນສຸດທ້າຍ
    1. ພື້ນຖານໃນການກວດສອບ: ທີມງານຄຸ້ມຄອງຄວາມສ່ຽງຂອງ FISG ຈະດຳເນີນການປະເມີນບັນທຶກການຊື້ຂາຍ, ບັນທຶກການໂອນເງິນ, ຄວາມເຊື່ອມໂຍງລະຫວ່າງບັນຊີ, ບັນທຶກຂໍ້ມູນຂອງລະບົບ (system logs) ແລະ ຂໍ້ມູນອື່ນໆທີ່ສາມາດກວດສອບໄດ້ ໂດຍພິຈາລະນາຮ່ວມກັນເປັນພາບລວມ. ທັງນີ້, ຈະບໍ່ມີປັດໄຈໃດພຽງປັດໄຈດຽວ — ເຊັ່ນ: ໄລຍະເວລາໃນການຖືຄອງ, ຄວາມຖີ່ໃນການຊື້ຂາຍ, ການໃຊ້ທີ່ຢູ່ IP ຮ່ວມກັນ, ການປ້ອງກັນຄວາມສ່ຽງ (hedging) ຫຼື ປະເພດຂອງເຄື່ອງມືທາງການເງິນທີ່ນຳມາຊື້ຂາຍ — ທີ່ຈະຖືກນຳມາພິຈາລະນາແຍກຕ່າງຫາກ ເພື່ອເປັນຫຼັກຖານຢືນຢັນວ່າໄດ້ມີການລະເມີດກົດລະບຽບເກີດຂຶ້ນ
    2. ການລະເມີດ: ໃນກໍລະນີທີ່ມີການຢືນຢັນວ່າໄດ້ມີການລະເມີດຂໍ້ກຳນົດເຫຼົ່ານີ້ ຫຼື ສັນຍາລູກຄ້າທີ່ກ່ຽວຂ້ອງ, FISG ອາດຈະຍົກເລີກຜົນໄດ້ຮັບ, ການເຂົ້າຮ່ວມການແຂ່ງຂັນ ຫຼື ສິດໃນການໄດ້ຮັບລາງວັນທີ່ກ່ຽວຂ້ອງນັ້ນ ການດຳເນີນການດັ່ງກ່າວຈະຕ້ອງມີຂໍ້ເທັດຈິງ ແລະ ຫຼັກຖານສະໜັບສະໜູນ
    3. ການຄິດໄລ່ຂັ້ນສຸດທ້າຍ: ຫຼັງຈາກການແຂ່ງຂັນສິ້ນສຸດລົງ, FISG ຈະກວດສອບຂໍ້ມູນຍອດເງິນໃນບັນຊີ ແລະ ບັນທຶກການເຕີມເງິນຂອງທຸກບັນຊີ, ຄິດໄລ່ຜົນຕອບແທນ ແລະ ປະລິມານການຊື້ຂາຍທີ່ຖືກຕ້ອງ, ພ້ອມທັງກວດສອບການຈັດອັນດັບຄືນໃໝ່
    4. ການກວດສອບລາງວັນ: ບັນຊີທີ່ໄດ້ຮັບລາງວັນທັງໝົດ ຈະຕ້ອງຜ່ານການກວດສອບການຊື້ຂາຍ ແລະ ການປະຕິບັດຕາມກົດລະບຽບ ພາຍໃນ 7 ມື້ເຮັດວຽກ ນັບຕັ້ງແຕ່ການແຂ່ງຂັນສິ້ນສຸດລົງ ລາງວັນຈະຖືກດຳເນີນການຈັດສັນໃຫ້ ຫຼັງຈາກທີ່ຜ່ານການກວດສອບດັ່ງກ່າວສຳເລັດເເລ້ວ
    5. ໂປຣໂມຊັນອື່ນໆ: ການແຂ່ງຂັນນີ້ບໍ່ສາມາດນຳໄປໃຊ້ຮ່ວມກັບໂປຣໂມຊັນໂບນັດເງິນຝາກ ຫຼື ໂປຣໂມຊັນລາງວັນອື່ນໆ ທີ່ກຳລັງດຳເນີນຢູ່ໃນຊ່ວງເວລາດຽວກັນໄດ້. ສຳລັບໂປຣໂມຊັ່ນ Point Mall ແມ່ນຂໍ້ຍົກເວັ້ນ: ການຊື້ຂາຍທີ່ເຂົ້າເງື່ອນໄຂ ຍັງຄົງສາມາດສະສົມຄະແນນໄດ້ຕາມປົກກະຕິ
    6. ການຕີຄວາມໝາຍ: ການແຂ່ງຂັນ ແລະ ຂໍ້ຂັດແຍ່ງໃດໆ ຈະຖືກບັງຄັບໃຊ້ໂດຍຂໍ້ກຳນົດເຫຼົ່ານີ້ ຕາມທີ່ໄດ້ປະກາດໃຊ້ຢ່າງເປັນທາງການ ແລະ ໂດຍສັນຍາລະຫວ່າງລູກຄ້າກັບບໍລິສັດທີ່ກ່ຽວຂ້ອງ. ການແຂ່ງຂັນນີ້ຈັດຂຶ້ນໂດຍ FISG – InterStellar Group